ຄຳຢືນຢັນຂອງຂ້ອຍ ພະເຍຊູເຂົ້າມາສູ່ຊີວິດຂອງຂ້ອຍ ແລະ ຊ່ວຍຂ້ອຍໄວ້ ເມື່ອຂ້ອຍອາຍຸ 28 ປີ. ໃນເວລານັ້ນ ຂ້ອຍໝົດຫວັງຢ່າງສິ້ນເຊີງ, ແຕ່ພະອົງໄດ້ນຳຂ້ອຍອອກຈາກຄວາມມືດມາສູ່ແສງສະຫວ່າງ. ຂ້ອຍພົບກັບຄວາມຍາກລຳບາກເກີນທີ່ຈະຮັບໄຫວ, ແຕ່ພະອົງໄດ້ຍົກພາລະບາບທັງໝົດອອກຈາກບ່າໄຫຼ່ຂອງຂ້ອຍ. ພະອົງໄດ້ກຳຈັດຄຳສາບແຊ່ງທັງໝົດຖິ້ມ ແລະ ໄດ້ໃຫ້ພອນແກ່ຂ້ອຍ. ເປັນເວລາ 27 ປີທີ່ຜ່ານມາ, ພະອົງຢູ່ຄຽງຂ້າງຂ້ອຍສະເໝີ ແລະ ສະແດງໃຫ້ຂ້ອຍເຫັນສິ່ງມະຫັດສະຈັນຕ່າງໆທີ່ຂ້ອຍບໍ່ເຄີຍນຶກຝັນມາກ່ອນ. ເວລາຂ້ອຍພົບກັບພະເຍຊູ, ຂ້ອຍກຳລັງຂຽນບົດວິທະຍານິພົນປະລິນຍາເອກຂອງຂ້ອຍທີ່ມະຫາວິທະຍາໄລ SUNY Buffalo. ແຕ່ຂ້ອຍມີອາການເຈັບບ່າໄຫຼ່ຢ່າງຮຸນແຮງຈົນເຮັດໃຫ້ຂ້ອຍບໍ່ສາມາດຂຽນຫຍັງໄດ້. ເວລາຂ້ອຍພະຍາຍາມອ່ານສິ່ງໃດໜຶ່ງ, ຂ້ອຍຮູ້ສຶກເຈັບບ່າໄຫຼ່ຢ່າງຮຸນແຮງ. ອາການເຈັບແມ່ນເຈັບຄົງທີ່, ແລະ ຫາຍໄປໜ້ອຍໜຶ່ງເມື່ອເວລາຂ້ອຍລອຍນໍ້າ, ອອກກຳລັງກາຍ, ເຕັ້ນລຳ, ຫຼື ສ້າສັນມ່ວນຊື່ນກັບໝູ່ເພື່ອນ, ແຕ່ຈະເຈັບຮຸນແຮງຫຼາຍທີ່ຂຶ້ນເມື່ອໃດທີ່ຂ້ອຍພະຍາຍາມຂຽນບົດວິທະຍານິພົນຂອງຂ້ອຍ. ແລະ ອາການເຈັບຮຸນແຮງຂຶ້ນເວລາຂ້ອຍໄປພົບແຟນໜຸ່ມຂອງຂ້ອຍ. ມັນແມ່ນຍ້ອນບາບໃນຊີວິດຂອງຂ້ອຍ. ຂ້ອຍມີແນວຄິດຜິດໆທີ່ວ່າຂ້ອຍຕ້ອງຊື່ສັດກັບຄວາມຮູ້ສຶກຂອງຕົນເອງ ແລະ ຕາມໃຈຕົນເອງ, ແບບດຽວກັນກັບຄົນໜຸ່ມສາວມັກເຮັດ. ຂ້ອຍມີແຟນໜຸ່ມ 2 ປີ, ແຕ່ໄດ້ຖິ້ມລາວໄປຫາຜູ້ຊາຍອື່ນ. ຕໍ່ມາບໍ່ດົນ ຂ້ອຍບໍ່ສາມາດຕັດສິນໃຈວ່າຈະເລືອກໃຜລະຫວ່າງສອງຄົນນີ້ ແລະ ສັບສົນຕົນເອງຢ່າງສີ້ນເຊີງ. ຕໍ່ມາ ຂ້ອຍກາຍເປັນຄົນຂີ້ສົງໃສຕໍ່ກັບແຟນໃໝ່ຂອງຂ້ອຍ, ແລະ ເລີ່ມປະພຶດຕົນແບບແປກໆ, ເຊັ່ນວ່າແກວ່ງສິ່ງຂອງໃສ່ລາວໃນເວລາຜິດຖຽງກັນ. ທຸກສິ່ງຢ່າງໄດ້ເກີນເລີຍຈົນຄວບຄຸມບໍ່ໄດ້. ຂ້ອຍບໍ່ສາມາດເຂົ້າໃຈວ່າຂ້ອຍແມ່ນໃຜ, ເປັນຂ້ອຍຈິ່ງຮູ້ສຶກແບບນີ້, ແລະ ເປັນຫຍັງຂ້ອຍຈິ່ງປະພຶດຕົນແປກໆແບບນີ້. ທຸກໆເຊົ້າ ຂ້ອຍຕື່ນນອນມາພ້ອມກັບຄວາມຄຽດ ແລະຄວາມກັງວົນ. ຂ້ອຍຮູ້ສຶກຄືກັບວ່າຂ້ອຍກຳລັງຕົກນາລົກຂຸມເລິກສຸດໆ, ຂຸມດຳມືດມິດແບບນັ້ນລະ. ເຊື່ອຂ້ອຍເທາະ, ຂ້ອຍໄດ້ລອງເຮັດທຸກສິ່ງຢ່າງເພື່ອບັນເທົາອາການເຈັບບ່າໄຫຼ່ຂອງຂ້ອຍ. ແລະ ມື້ໜຶ່ງ ຂ້ອຍໄດ້ຂຽນໃນປື້ມບັນທຶກປະຈຳວັນຂອງຂ້ອຍ: “ຂ້ອຍໝົດແຮງແລ້ວ. ຂ້ອຍບໍ່ສາມາດເດີນຕໍ່ໄປໄດ້ອີກ. ຊີວິດຂອງຂ້ອຍບໍ່ສາມາດຄວບຄຸມໄດ້. ຂ້ອຍຄວນຈະພະຍາຍາມເຊື່ອໃນພະເຈົ້າດີບໍ?” ຂ້ອຍໃຫຍ່ຂຶ້ນມາໃນຄອບຄົວຊາວພຸດ, ແລະ ບໍ່ມີໃຜທີ່ຢູ່ອ້ອມຂ້າງຂ້ອຍນັບຖືຄຣິສຕຽນ, ແລະ ບໍ່ມີໃຜເຄີຍບອກຂ້ອຍກ່ຽວກັບພະເຍຊູ. ຂ້ອຍ ແລະ ໝູ່ເພື່ອນຂອງຂ້ອຍຈະເຍາະເຍີ້ຍຜູ້ນັບຖືຄຣິສຕຽນ, ຫົວຂວັນວິທີດຳເນີນຊີວິດທີ່ຖ່ອມຕົວເປັນຕາຢາກຫົວຂອງເຂົາເຈົ້າ. ພວກເຮົາຄິດວ່າພວກເຂົາເປັນບ້າທີ່ຈະຕ້ອງໄດ້ລະວັງ. ພໍ່ຂອງຂ້ອຍແມ່ນນັກທຸລະກິດ, ທີ່ໝົກມຸ້ນຈົມປັກໃນໂລກແຫ່ງວັດຖຸຢ່າງໝົດຕົວ. ແມ່ຂອງຂ້ອຍເຊື່ອໃນທຸກໆຢ່າງຂອງສາສະໜາ, ລວມທັງການດູມໍ, ຄວາມສັດທາອັນແຮງກ້າຂອງນາງໂດຍພື້ນຖານແລ້ວແມ່ນການໄປວັດສາສະໜາພຸດທຸກໆເດືອນເພື່ອປ່ອຍເຕົ່າ ແລະປາ ເພື່ອໃຫ້ໄດ້ຮັບພອນຈາກພະພຸດທະເຈົ້າ. ຂ້ອຍເຂົ້າຮ່ວມໃນສະໂມສອນໄວໜຸ່ມຊາວພຸດໃນໂຮງຮຽນອຸດົມ ແລະ ມັກໄປດູມໍຄືກັນກັບແມ່ຂອງຂ້ອຍເຮັດ. ແຕ່ແນວໃດກໍ່ບໍ່ຮູ້, ພະພຸດທະເຈົ້າບໍ່ເຄີຍມາຊ່ວຍຂ້ອຍເລີຍໃນເວລາພົບຄວາມຫຍຸ້ງຍາກ. ແລະ ມື້ຕໍ່ໄປຫຼັງຈາກຄຳວ່າພະເຈົ້າປະກົດຂຶ້ນໃນປື້ມບັນທຶກປະຈຳວັນຂອງຂ້ອຍ, ຍິງສາວຄົນໜຶ່ງຊື່ ນານຊູ ມາຢ້ຽມຢາມຫ້ອງການຂອງຂ້ອຍ. ຫຼັງຈາກໂອ້ລົມກັນ, ນາງບອກວ່າ, “ມີກຸ່ມຄົ້ນຄວ້າພະຄຳພີໂດຍນັກສຶກສາເກົາຫຼີມາໃໝ່. ພວກເຂົາສ່ວນໃຫຍ່ແມ່ນຄູ່ຜົວເມຍ. ເຈົ້າຢາກເຂົ້າຮ່ວມບໍ?” ປົກກະຕິແລ້ວ ຂ້ອຍຈະປະຕິເສດທັນທີ, ແຕ່ຂ້ອຍກຳລັງສິ້ນຫວັງສຸດໆ ແລະ ກຳລັງຄິດຢາກລອງເຊື່ອພະເຈົ້າຢູ່ແລ້ວ. ສະນັ້ນ ຂ້ອຍຈິ່ງໄປເຂົ້າຮ່ວມກຸ່ມຄົ້ນຄວ້າພະຄຳພີ. ຂ້ອຍມີຫຼາຍໆຄຳຖາມກ່ຽວກັບສິ່ງສັກສິດ ແລະປີສາດ ແລະ ເລື່ອງເລົ່າທັງໝົດທີ່ແບບວ່າເປັນເລື່ອງອະພິນິຫານ. ແຕ່ພວກເຂົາທັງໝົດມີຄວາມອົດທົນຫຼາຍແທ້ໆ. ຂ້ອຍໂດດດ່ຽວຫຼາຍທີ່ເປັນນັກສຶກສາຕ່າງປະເທດ, ສະນັ້ນ ຂ້ອຍຄິດຮອດການພົບປະ ເພາະວ່າຜູ້ຄົນເປັນມິດຕໍ່ກັບຂ້ອຍຫຼາຍ. ແລະ ຫຼັງຈາກສາມເດືອນຕໍ່ມາ, ຂ້ອຍບັງເອີນຕື່ນນອນໃນເວລາ 5 ໂມງເຊົ້າ, ເຊິ່ງຂ້ອຍບໍ່ເຄີຍເຮັດມາກ່ອນ. ໃນທັນໃດ ຂ້ອຍສາມາດເຂົ້າໃຈວ່າບາບແມ່ນຫຍັງ, ແລະ ເຫັນໄດ້ວ່າຂ້ອຍບາບຫຼາຍສໍ່າໃດທີ່ຜ່ານມາ. ຂ້ອຍເຄີຍເວົ້າວ່າ, “ຂ້ອຍເປັນຄົນດີ, ຂ້ອຍບໍ່ເຄີຍທຳຮ້າຍໃຜໂດຍເຈດຕະນາ.” ແຕ່ທັນໃດຂ້ອຍຮູ້ວ່າຂ້ອຍແມ່ນຄົນບາບ, ເອົາໃຈຕົນເອງ ແລະ ເປັນຄົນຊົ່ວຮ້າຍ. ມັນແບບຄືວ່າເມື່ອແສງສະຫວ່າງຜ່ານເຂົ້າມາ, ທ່ານກໍ່ສາມາດເຫັນຂີ້ຝຸ່ນ ແລະ ໄຍແມງມູມທີ່ທ່ານບໍ່ສາມາດເຫັນໄດ້ໃນຄວາມມືດ. ມັນແມ່ນມື້ວັນສຸກທີ່ສົດໃສປະມານ 8 ໂມງແລງ. ຂ້ອຍກຳລັງຂັບລົດຕາມຖະໜົນ Buffalo, New York, ແລະ ໄດ້ເຫັນໂບດເກົາຫຼີນ້ອຍໆຫຼັງໜຶ່ງ. ປະຕູເປີດຢູ່. ຂ້ອຍຍ່າງເຂົ້າໄປໃນໂບດ. ມັນກຳລັງຄໍ່າມືດ ແລະ ບໍ່ມີໃຜຢູ່ທີ່ນັ້ນ. ຂ້ອຍນັ່ງລົງເທິງຕັ່ງ ແລະ ເລີ່ມອະທິຖານ. “ພະຜູ້ເປັນເຈົ້າເອີຍ, ຂ້ອຍສູນເສຍການຄວບຄຸມຊີວິດຂອງຂ້ອຍ. ຂ້ອຍບໍ່ຮູ້ວ່າຈະໄປທາງໃດ. ຂ້ອຍຕ້ອງການຄວາມຊ່ວຍເຫຼືອຈາກພະອົງ. ກະລຸນາ ເຂົ້າມາໃນຊີວິດຂອງຂ້ອຍ ແລະ ຄວບຄຸມມັນ. ຂ້ອຍຂໍຮັບເອົາພະເຍຊູເປັນຜູ້ຊ່ວຍຊີວິດ.” ແລະ ຂ້ອຍເລີ່ມສຳນຶກຜິດຕໍ່ກັບທຸກໆບາບທີ່ຂ້ອຍໄດ້ກໍ່. ຂ້ອຍຮູ້ສຶກວ່າມີແສງສະຫວ່າງບາງຢ່າງປະກົດເຈີດຈ້າທົ່ວຫ້ອງ. ໂບດມີກິ່ນຫອມທີ່ສຸດ. ຄວາມສຸກໃຈເລີ່ມປະກົດຂຶ້ນຈາກສ່ວນເລິກໃນຫົວໃຈຂອງຂ້ອຍ. ຂ້ອຍຮູ້ວ່າພະເຍຊູໄດ້ສຳຜັດຕົວຂ້ອຍແລ້ວ ແລະ ຂ້ອຍໄດ້ຮັບການຊ່ວຍຊີວິດ. “ຖ້າໃຜຜູ້ໜຶ່ງຢູ່ໃນສາສະໜາຄຣິສ, ຜູ້ກ່ຽວໄດ້ເກີດໃໝ່; ຄົນເກົ່າໄດ້ຕາຍໄປ, ຄົນໃໝ່ໄດ້ມາເຖິງ!” (II Corinthians 5: 17) ຂ້ອຍໄດ້ຖືກປ່ຽນແປງ. ຄວາມຮັກໄດ້ຫຼັ່ງໄຫຼອອກມາຈາກຫົວໃຈຂອງຂ້ອຍ, ແລະ ຂ້ອຍຍິ້ມຕໍ່ຜູ້ຄົນ. ຜູ້ຄົນຍິ້ມຕອບກັບຫາຂ້ອຍ. ບັນຫາທັງໝົດກັບແຟນໜຸ່ມຂອງຂ້ອຍໄດ້ຮັບການແກ້ໄຂຄືແບບນັ້ນລະ. ລາວປ່ອຍໃຫ້ຂ້ອຍໄປ. ຂ້ອຍໄດ້ຮັບການປົດປ່ອຍຈາກຫ່ວງໂສ້ແຫ່ງບາບ. ຂ້ອຍສາມາດໜີຈາກແຟນຂອງຂ້ອຍ, ແລະ ຄວາມສົງໃສບ້າໆທັງໝົດທີ່ກັກຂັງຂ້ອຍໄວ້. ອາການເຈັບບ່າໄຫຼ່ຂອງຂ້ອຍກໍ່ຫາຍໄປ. ທຸກໆເຊົ້າຂ້ອຍອ່ານພະຄຳພີ, ອະທິຖານ ແລະ ເລີ່ມຕົ້ນຂຽນບົດວິທະຍານິພົນຂອງຂ້ອຍ. ເຖິງແມ່ນວ່າຂ້ອຍບໍ່ສາມາດຂຽນອັນໃດໄດ້ເລີຍເປັນເວລາໜຶ່ງປີ, ຂ້ອຍຂຽນທຸກສິ່ງທຸກຢ່າງໄດ້ໃນສອງເດືອນ, ຄືແບບວ່າມີໃຜຜູ້ໜຶ່ງອ່ານມັນໃຫ້ຂ້ອຍນີ້ລະ. ຂ້ອຍໄດ້ຮັບການຊ່ວຍຊີວິດແລ້ວ! ເບິ່ງຄືນໃນ 27 ປີທີ່ຜ່ານມາ, ຂ້ອຍປະຫຼາດໃຈໃນຄວາມປານີຂອງພະເຈົ້າ. ຄວາມຝັນທຸກຢ່າງຂອງຂ້ອຍໄດ້ກາຍເປັນຄວາມຈິງ, ແລະ ພະອົງກຳລັງມອບຄວາມຝັນແລະວິໄສທັດໃໝ່ແກ່ຂ້ອຍ. ພະອົງໄດ້ສົ່ງມາໃຫ້ຂ້ອຍສາມີທີ່ດີສຸດທີ່ເຄີຍມີມາ, ແລະ ລູກຊາຍທີ່ໜ້າຮັກສອງຄົນ, ຜູ້ເຊິ່ງເປັນແຫຼ່ງກຳເນີດຄວາມສຸກທີ່ຍິ່ງໃຫຍ່ແກ່ຂ້ອຍ. ຂ້ອຍຕ້ອງການສຶກສາສາສະໜາສາດ, ແລະ ພະເຈົ້າໄດ້ເຮັດໃຫ້ຂ້ອຍໄດ້ຮັບປະລິນຍາ MDiv ແລະ ThM ແລະ ຍັງກາຍເປັນຜູ້ຊ່ວຍຄຸນພໍ່. ຂ້ອຍອາໃສຢູ່ໃນເຮືອນທີ່ສວຍງາມທີ່ສຸດໃນສະຫະລັດທີ່ພະເຈົ້າອະນຸຍາດໃຫ້ພວກເຮົາ. ຂ້ອຍສາມາດສະໜອງໃຫ້ລູກຊາຍຂອງຂ້ອຍການສຶກສາທີ່ດີທີ່ສຸດທີ່ຂ້ອຍສາມາດ. ຂ້ອຍແມ່ນຜູ້ບໍລິຫານ CEO ຂອງທຸລະກິດຂອງຂ້ອຍເອງທີ່ກຳລັງເຕີບໂຕຢ່າງໝັ້ນຄົງ. ແມ່ນ, ມີຍາມທີ່ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແຕ່ພະເຈົ້າເຮັດໃຫ້ຂ້ອຍເຂັ້ມແຂງຂຶ້ນຜ່ານຜ່າພວກມັນທັງໝົດ. ພະເຈົ້າໄດ້ມອບໃຫ້ຂ້ອຍຄວາມຝັນສາມຢ່າງ – ສິ່ງທຳອິດແມ່ນພັດທະນາໂຮງຮຽນຂອງຂ້ອຍໃຫ້ກາຍເປັນໂຮງຮຽນສາກົນທີ່ມີຊື່ສຽງ, ເຮັດໃຫ້ບໍລິສັດຂອງຂ້ອຍກາຍເປັນບໍລິສັດພັນລ້ານໂດລາ, ແລະ ສ້າງໂບດ 100 ແຫ່ງໃນອາຊີ. ສິ່ງທີສອງແມ່ນການກາຍເປັນລັດຖະມົນຕີ ແລະ ນາຍົກລັດຖະມົນຕີເພື່ອສັນລະເສີນຊື່ຂອງພະເຈົ້າ, ເພາະວ່ານັ້ນແມ່ນສິ່ງທີ່ຂ້ອຍສຶກສາມາຕະຫຼອດຊີວິດຂອງຂ້ອຍ ນັ້ນກໍ່ຄື ລັດຖະສາດ. ພະເຈົ້າໄດ້ມອບໃຫ້ຂ້ອຍວິໄສທັດນີ້ໃນປີ 1989, ແລະ ເຖິງແມ່ນວ່າມັນເບິ່ງຄືວ່າເປັນໄປບໍ່ໄດ້ເວລານີ້ ເພາະວ່າຂ້ອຍໄດ້ດຳລົງຊີວິໃນອາເມລິກາໂດຍບໍ່ຕັ້ງໃຈເປັນເວລາ 13 ປີມາແລ້ວ, ແຕ່ຂ້ອຍເຊື່ອວ່າພະອົງຈະບັນລຸໄດ້ແຜນການຂອງພະອົງຖ້າພະອົງປາຖະໜາເພື່ອກຽດຕິຍົດຂອງພະອົງ. ສິ່ງທີສາມແມ່ນການເປັນຄຸນພໍ່, ເດີນທາງໄປທົ່ວໂລກ ແລະ ທຳນາຍ, ປິ່ນປົວຜູ້ເຈັບປ່ວຍ, ແລະ ເປັນພະຍານໃຫ້ພະເຍຊູ. ຂ້ອຍຮູ້ວ່າຂ້ອຍທະເຍີທະຍານເກີນໄປ, ແລະ ຂ້ອຍຄວນສຸມໃສ່ວິໄສທັດດຽວ, ໂດຍສະເພາະເມື່ອຄຳນຶງເຖິງອາຍຸຂອງຂ້ອຍ. ຖ້າຂ້ອຍເລືອກໄດ້, ຂ້ອຍຕ້ອງການສັນເສີນ, ບູຊາ, ແລະ ເປັນພະຍານໃຫ້ພະເຍຊູ ຕະຫຼອດຊີວິດຂອງຂ້ອຍ ແລະ ເງິນຄຳ ແລະ ຊື່ສຽງແມ່ນບໍ່ມີຄວາມໝາຍຫຍັງ ເວັ້ນເສຍແຕ່ມັນແມ່ນເພື່ອກຽດຕິຍົດຂອງພະອົງ. ທຸກໆມື້ ຫົວໃຈຂ້ອຍຂ້ອຍເຕັ້ນແຮງ, ຄອງຄອຍຫາຂອງຂວັນຊີວິດທີ່ພະບິດາຂອງຂ້ອຍນຳມາໃຫ້ຂ້ອຍ ຄືແບບໃນກ່ອງໂຊໂກແລັດ. ພະອົງມີຄວາມເມດຕາ ແລະ ພະອົງຮັກພວກທ່ານ ເຊັ່ນກັນ.
The Korean to Laotian translation was provided by LA Translation.
|
|